• ອອກແບບເວບໄຊ ພັດທະນາຊອບແວ ແລະ ບໍລິການບັນຊີ
  • +85620 2222 8715, 2345 6258
« ຜະລິດຕະພັນທັງໝົດ

ບັນຊີວິສາຫະກິດ

ໂປຣແກຣມບັນຊີສຳລັບວິສາຫະກິດ ຕາມມາດຕະຖານ ແລະ ລະບຽບການດ້ານບັນຊີ ຂອງກະຊວງການເງິນ ສປປ ລາວ: ບັນທຶກບັນຊີປະຈຳວັນ, ອອກປຶ້ມບັນຊີ ແລະ ເອກະສານລາຍງານການເງິນ ໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງ.

ບັນຊີວິສາຫະກິດ

ໂປຣແກຣມບັນຊີວິສາຫະກິດ (AP Account System) ແມ່ນລະບົບບັນຊີທີ່ບໍລິສັດ ເອພີໄອເອັສ ຈຳກັດ ພັດທະນາຂຶ້ນ ເພື່ອຊ່ວຍໃຫ້ວິສາຫະກິດ ຄຸ້ມຄອງວຽກງານບັນຊີ ແລະ ການເງິນໄດ້ຢ່າງເປັນລະບົບ. ຂໍ້ມູນທີ່ບັນທຶກພຽງຄັ້ງດຽວ ຈະຖືກນຳໄປສ້າງປຶ້ມບັນຊີ ແລະ ເອກະສານລາຍງານຕ່າງໆ ໂດຍອັດຕະໂນມັດ, ຊ່ວຍຫຼຸດຜ່ອນຄວາມຜິດພາດ ແລະ ປະຢັດເວລາຂອງພະນັກງານບັນຊີ.

ໂປຣແກຣມໃຊ້ງານງ່າຍ, ມີໜ້າຈໍເປັນພາສາລາວ ແລະ ມີທິມງານຂອງບໍລິສັດ ຄອຍໃຫ້ຄຳແນະນຳ, ຝຶກອົບຮົມ ແລະ ບໍລິການເຕັກນິກ.

ໜ້າທີ່ຫຼັກ

  • ຄຸ້ມຄອງຜູ້ນຳໃຊ້ ແລະ ສິດການເຂົ້າເຖິງ, ຮອງຮັບຫຼາຍສຳນັກງານ
  • ຂໍ້ມູນພື້ນຖານ: ຜັງບັນຊີ, ລູກຄ້າ, ຜູ້ສະໜອງ ແລະ ຍອດຍົກມາ
  • ບັນທຶກປຶ້ມບັນຊີປະຈຳວັນ
  • ຮອງຮັບຫຼາຍສະກຸນເງິນ: ກີບ, ບາດ, ໂດລາ ພ້ອມອັດຕາແລກປ່ຽນ
  • ເອກະສານລາຍງານບັນຊີ ປະຈຳເດືອນ, ປະຈຳງວດ, ປະຈຳປີ
  • ປຶ້ມບັນຊີປະຈຳວັນ, ປຶ້ມບັນຊີໃຫຍ່ແຍກປະເພດ ແລະ ໃບດຸ່ນດ່ຽງບັນຊີ
  • ເອກະສານລາຍງານການເງິນ: ໃບລາຍງານຖານະການເງິນ ແລະ ໃບລາຍງານຜົນດຳເນີນງານ
  • ປິດບັນຊີປະຈຳປີ, ມີລະບົບຄວາມປອດໄພ ແລະ ລະບົບສຳຮອງຂໍ້ມູນ

ເໝາະສຳລັບ

  • ບໍລິສັດ ແລະ ວິສາຫະກິດທຸກຂະໜາດ
  • ລັດວິສາຫະກິດ
  • ຫ້ອງການບັນຊີ ແລະ ຜູ້ໃຫ້ບໍລິການບັນຊີ

ຮູບໜ້າຈໍໂປຣແກຣມ

ບັນຊີວິສາຫະກິດ ບັນຊີວິສາຫະກິດ ບັນຊີວິສາຫະກິດ ບັນຊີວິສາຫະກິດ

ສົນໃຈຜະລິດຕະພັນນີ້? ຕິດຕໍ່ພວກເຮົາເພື່ອຂໍຄຳປຶກສາ ຫຼື ສາທິດການນຳໃຊ້.

ຕິດຕໍ່ສອບຖາມ