• ອອກແບບເວບໄຊ ພັດທະນາຊອບແວ ແລະ ບໍລິການບັນຊີ
  • +85620 2222 8715, 2345 6258
« ຜະລິດຕະພັນທັງໝົດ

ຄຸ້ມຄອງສາງ-ຂາຍສິນຄ້າ

ໂປຣແກຣມຄຸ້ມຄອງສາງ ແລະ ຂາຍສິນຄ້າ: ຄຸ້ມຄອງສິນຄ້າຮັບເຂົ້າ - ຈ່າຍອອກ - ຍັງເຫຼືອ, ການຂາຍ, ລູກໜີ້ - ເຈົ້າໜີ້ ແລະ ລາຍງານ ຢ່າງຄົບຖ້ວນ ໃນລະບົບດຽວ.

ຄຸ້ມຄອງສາງ-ຂາຍສິນຄ້າ

ໂປຣແກຣມຄຸ້ມຄອງສາງ - ຂາຍສິນຄ້າ (Stock Management) ແມ່ນລະບົບທີ່ບໍລິສັດ ເອພີໄອເອັສ ຈຳກັດ ພັດທະນາຂຶ້ນ ສຳລັບຮ້ານຄ້າ ແລະ ວິສາຫະກິດ ທີ່ຕ້ອງການຄຸ້ມຄອງສິນຄ້າໃນສາງ ແລະ ການຂາຍ ໃຫ້ຖືກຕ້ອງ ແລະ ທັນເວລາ. ທຸກການເຄື່ອນໄຫວ ຮັບເຂົ້າ - ຈ່າຍອອກ - ຍັງເຫຼືອ ຖືກບັນທຶກ ແລະ ສະແດງເປັນລາຍງານ ໄດ້ທັນທີ.

ລະບົບຮອງຮັບຫຼາຍສະກຸນເງິນ (ກີບ, ບາດ, ໂດລາ), ພິມບິນໄດ້ຫຼາຍແບບ ແລະ ໃຊ້ກັບເຄື່ອງພິມ ແລະ ເຄື່ອງຍິງບາໂຄດ ໄດ້.

ໜ້າທີ່ຫຼັກ

  • ຄຸ້ມຄອງສິນຄ້າ: ຈັດໝວດ, ຍ່ອຍລາຍການ, ຈຳນວນສິນຄ້າ ແລະ ລາຍງານຮັບເຂົ້າ - ຈ່າຍອອກ - ຍັງເຫຼືອ
  • ຕິດຕາມການຮັບສິນຄ້າຈາກການຈັດຊື້ ແລະ ການຊຳລະໜີ້ຜູ້ສະໜອງ
  • ຈ່າຍສິນຄ້າໃຫ້ພະແນກ ຫຼື ຕັດອອກເປັນສິນຄ້າເສຍຫາຍ, ສິນຄ້າເສື່ອມຄຸນນະພາບ
  • ການຂາຍ: ແຍກພະນັກງານຂາຍ, ຈຳແນກລູກຄ້າ, ຕັ້ງລາຄາໄດ້ 3 ລະດັບ, ສ່ວນຫຼຸດ ແລະ ຂອງແຖມ
  • ອອກບິນໄດ້ 3 ແບບ: ບິນນ້ອຍ, A5 ແລະ A4
  • ຕິດຕາມລູກໜີ້, ຮັບສິນຄ້າຄືນຈາກລູກຄ້າ ແລະ ສົ່ງສິນຄ້າຄືນຜູ້ສະໜອງ
  • ຮອງຮັບຫຼາຍສະກຸນເງິນ: ກີບ, ບາດ, ໂດລາ
  • ລາຍງານເປັນວັນ, ເດືອນ, ງວດ, ປີ ແລະ ສົ່ງອອກເປັນ PDF, Word, Excel
  • ປິດບັນຊີທ້າຍເດືອນ ແລະ ຍົກຍອດອັດຕະໂນມັດ
  • ກຳນົດສິດຜູ້ໃຊ້ ແລະ ສຳຮອງຂໍ້ມູນ
  • ໃຊ້ກັບເຄື່ອງພິມ ແລະ ເຄື່ອງຍິງບາໂຄດ

ເໝາະສຳລັບ

  • ຮ້ານຄ້າຂາຍຍ່ອຍ ແລະ ຂາຍສົ່ງ
  • ວິສາຫະກິດ ແລະ ບໍລິສັດ ທີ່ມີສາງສິນຄ້າ ຫຼື ສາງວັດສະດຸ
  • ໜ່ວຍງານ ທີ່ຕ້ອງຄຸ້ມຄອງການເບີກຈ່າຍວັດສະດຸໃຫ້ພະແນກຕ່າງໆ

ສິ່ງທີ່ຕ້ອງກະກຽມ

  • ຄອມພິວເຕີ ລະບົບ Windows
  • ເຄື່ອງພິມ A4, A5 ຫຼື ເຄື່ອງພິມບິນນ້ອຍ
  • ເຄື່ອງຍິງບາໂຄດ (ຖ້າຕ້ອງການ)
  • ຂໍ້ມູນສິນຄ້າ: ລະຫັດ, ຊື່, ຫົວໜ່ວຍ, ລາຄາ ແລະ ຍອດຍົກມາ

ຮູບໜ້າຈໍໂປຣແກຣມ

ຄຸ້ມຄອງສາງ-ຂາຍສິນຄ້າ ຄຸ້ມຄອງສາງ-ຂາຍສິນຄ້າ ຄຸ້ມຄອງສາງ-ຂາຍສິນຄ້າ ຄຸ້ມຄອງສາງ-ຂາຍສິນຄ້າ

ສົນໃຈຜະລິດຕະພັນນີ້? ຕິດຕໍ່ພວກເຮົາເພື່ອຂໍຄຳປຶກສາ ຫຼື ສາທິດການນຳໃຊ້.

ຕິດຕໍ່ສອບຖາມ