• ອອກແບບເວບໄຊ ພັດທະນາຊອບແວ ແລະ ບໍລິການບັນຊີ
  • +85620 2222 8715, 2345 6258
« ຜະລິດຕະພັນທັງໝົດ

ລະບົບພິມໃບບິນອາກອນ

ລະບົບໂປຣແກຣມພິມໃບບິນອາກອນມູນຄ່າເພີ່ມ (ອ.ມ.ພ) ແບບທັນສະໄໝ, ໄດ້ຮັບການຢັ້ງຢືນຈາກກົມສ່ວຍສາອາກອນ ແລະ ເຊື່ອມຕໍ່ກັບລະບົບ TaxRIS.

ລະບົບພິມໃບບິນອາກອນ

APTAX ແມ່ນລະບົບໂປຣແກຣມພິມໃບບິນອາກອນມູນຄ່າເພີ່ມ ທີ່ບໍລິສັດ ເອພີໄອເອັສ ຈຳກັດ ພັດທະນາຂຶ້ນ ເພື່ອທົດແທນການຂຽນໃບບິນດ້ວຍມື. ວິສາຫະກິດສາມາດອອກໃບບິນ ອ.ມ.ພ ໃຫ້ລູກຄ້າໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງ, ພ້ອມທັງສົ່ງຂໍ້ມູນເຂົ້າລະບົບ TaxRIS ຂອງກົມສ່ວຍສາອາກອນ ຜ່ານ API.

ບໍລິສັດໄດ້ເຊັນສັນຍາກັບກົມສ່ວຍສາອາກອນ ກ່ຽວກັບການຕິດຕັ້ງລະບົບພິມໃບບິນອາກອນມູນຄ່າເພີ່ມ ແຕ່ຕົ້ນປີ 2019, ແລະ ມີທິມງານໃຫ້ບໍລິການ ທັງຢູ່ນະຄອນຫຼວງວຽງຈັນ ແລະ ສາຂາແຂວງ.

ໜ້າທີ່ຫຼັກ

  • ພິມໃບບິນອາກອນມູນຄ່າເພີ່ມ (ອ.ມ.ພ) ແບບທັນສະໄໝ ແທນການຂຽນດ້ວຍມື
  • ໂປຣແກຣມໄດ້ຮັບການຢັ້ງຢືນ ຮັບຮອງ ຈາກກົມສ່ວຍສາອາກອນ
  • ເຊື່ອມຕໍ່ກັບລະບົບ TaxRIS ຂອງກົມສ່ວຍສາອາກອນ ຜ່ານ API
  • ພິມໃບບິນໃສ່ເຈ້ຍ A4, A5 ຫຼື ບິນນ້ອຍ ໄດ້
  • ລາຍງານໃບບິນອາກອນປະຈຳວັນ
  • ມີປຶ້ມຄູ່ມື ແລະ VDO ແນະນຳວິທີການນຳໃຊ້
  • ຮັບປະກັນ 01 ປີ ແລະ ໃຫ້ຄຳແນະນຳຕະຫຼອດອາຍຸການນຳໃຊ້

ເໝາະສຳລັບ

  • ວິສາຫະກິດ ແລະ ບໍລິສັດ ທີ່ຂຶ້ນທະບຽນອາກອນມູນຄ່າເພີ່ມ
  • ຮ້ານຄ້າ, ໂຮງແຮມ, ຮ້ານອາຫານ ແລະ ທຸລະກິດບໍລິການ ທີ່ຕ້ອງອອກໃບບິນ ອ.ມ.ພ

ຂັ້ນຕອນການຕິດຕັ້ງ ແລະ ນຳໃຊ້

1

ຕິດຕັ້ງໂປຣແກຣມ

ທິມງານຕິດຕັ້ງໃຫ້ຮອດສະຖານທີ່ ຫຼື ຕິດຕັ້ງທາງໄກ ຜ່ານ TeamViewer ຫຼື AnyDesk

2

ແນະນຳວິທີນຳໃຊ້

ສອນໃຫ້ນຳໃຊ້ຈົນເປັນ, ແກ້ໄຂບັນຫາເບື້ອງຕົ້ນ ແລະ ຊ່ວຍເຫຼືອຫຼັງການຂາຍ

3

ຂໍໃບອະນຸຍາດ

ແນະນຳການກະກຽມເອກະສານ - ໃບທະບຽນວິສາຫະກິດ, ໃບຢັ້ງຢືນມອບພັນທະອາກອນ, ໃບແຈ້ງມອບອາກອນເດືອນລ່າສຸດ, ໃບຢັ້ງຢືນເຂົ້າສູ່ລະບົບ ອ.ມ.ພ

4

ເລີ່ມນຳໃຊ້

ພິມໃບບິນ ອ.ມ.ພ ໃຫ້ລູກຄ້າໄດ້ທັນທີ ແລະ ເຊື່ອມຕໍ່ອິນເຕີເນັດ ເພື່ອສົ່ງຂໍ້ມູນເຂົ້າລະບົບ TaxRIS

ສິ່ງທີ່ຕ້ອງກະກຽມ

  • ຄອມພິວເຕີ ຕັ້ງໂຕະ ຫຼື ໂນດບຸກ 1 ເຄື່ອງ
  • ສະເປັກທີ່ແນະນຳ: CPU Core i3 ຂຶ້ນໄປ, RAM 4 GB, HDD 250 GB, ລະບົບ Windows
  • ເຄື່ອງພິມ A4, A5 ຫຼື ເຄື່ອງພິມບິນນ້ອຍ (ສີ ຫຼື ຂາວດຳ ກໍໄດ້)
  • ການເຊື່ອມຕໍ່ອິນເຕີເນັດ

ຮູບໜ້າຈໍໂປຣແກຣມ

ລະບົບພິມໃບບິນອາກອນ ລະບົບພິມໃບບິນອາກອນ ລະບົບພິມໃບບິນອາກອນ ລະບົບພິມໃບບິນອາກອນ

ສົນໃຈຜະລິດຕະພັນນີ້? ຕິດຕໍ່ພວກເຮົາເພື່ອຂໍຄຳປຶກສາ ຫຼື ສາທິດການນຳໃຊ້.

ຕິດຕໍ່ສອບຖາມ