• ອອກແບບເວບໄຊ ພັດທະນາຊອບແວ ແລະ ບໍລິການບັນຊີ
  • +85620 2222 8715, 2345 6258
« ຜະລິດຕະພັນທັງໝົດ

ລະບົບຄຸ້ມຄອງຊັບສິນ

AP Assets Management: ລະບົບຄຸ້ມຄອງຊັບສົມບັດຄົງທີ່ ແຕ່ການບັນທຶກ, ຈັດໝວດ, ຕິດລະຫັດບາໂຄດ, ຫັກຄ່າຫຼຸ້ຍຫ້ຽນ ຈົນເຖິງການສະສາງ ແລະ ລາຍງານປະຈຳປີ.

ລະບົບຄຸ້ມຄອງຊັບສິນ

AP Assets Management (ຄຸ້ມຄອງຊັບສົມບັດຄົງທີ່) ແມ່ນໂປຣແກຣມ ທີ່ບໍລິສັດ ເອພີໄອເອັສ ຈຳກັດ ພັດທະນາຂຶ້ນ ເພື່ອຊ່ວຍໃຫ້ອົງການຈັດຕັ້ງ ແລະ ວິສາຫະກິດ ຄຸ້ມຄອງຊັບສົມບັດຄົງທີ່ ໄດ້ຢ່າງເປັນລະບົບ: ຮູ້ວ່າມີຊັບສົມບັດຫຍັງແດ່, ຢູ່ພາກສ່ວນ ຫຼື ພະແນກໃດ, ມູນຄ່າເທົ່າໃດ ແລະ ຫັກຄ່າຫຼຸ້ຍຫ້ຽນໄປແລ້ວເທົ່າໃດ.

ຊັບສົມບັດແຕ່ລະລາຍການ ສາມາດພິມລະຫັດບາໂຄດ ຕິດໄວ້ ເພື່ອສະດວກໃນການກວດກາ ແລະ ນັບຊັບສົມບັດ. ລະບົບຄິດໄລ່ຄ່າຫຼຸ້ຍຫ້ຽນ ແລະ ອອກລາຍງານ ແບບສັງລວມ ແລະ ແບບລະອຽດ, ປິດບັນຊີ ແລະ ຍົກຍອດປະຈຳປີ. ໜ້າຈໍໂປຣແກຣມ ປ່ຽນໄດ້ ທັງພາສາລາວ ແລະ ພາສາອັງກິດ.

ໜ້າທີ່ຫຼັກ

  • ລາຍການຊັບສົມບັດ: ບັນທຶກ ແລະ ຄົ້ນຫາຂໍ້ມູນຊັບສົມບັດຄົງທີ່
  • ຈັດໝວດຊັບສົມບັດ, ແຍກຕາມພາກສ່ວນ ແລະ ພະແນກ ທີ່ຮັບຜິດຊອບ
  • ພິມລະຫັດບາໂຄດ ຕິດຊັບສົມບັດ ເພື່ອກວດກາ ແລະ ນັບຊັບສົມບັດ
  • ຄິດໄລ່ຄ່າຫຼຸ້ຍຫ້ຽນ: ລາຍງານແບບສັງລວມ ແລະ ແບບລະອຽດ
  • ບັນທຶກການສະສາງຊັບສົມບັດ
  • ໃບສະຫຼຸບຊັບສິນ, ຍອດຍົກປະຈຳປີ ແລະ ສະຫຼຸບລວມຍອດມູນຄ່າຊັບສົມບັດ
  • ປິດບັນຊີປະຈຳປີ, ຕັ້ງວັນທີເຮັດວຽກ
  • ຄຸ້ມຄອງຜູ້ໃຊ້ໂປຣແກຣມ ແລະ ສິດການນຳໃຊ້, ສຳຮອງຖານຂໍ້ມູນ
  • ໜ້າຈໍໂປຣແກຣມ 2 ພາສາ: ລາວ ແລະ ອັງກິດ

ເໝາະສຳລັບ

  • ກະຊວງ, ກົມ ແລະ ອົງການຈັດຕັ້ງຂອງລັດ
  • ວິສາຫະກິດ ແລະ ບໍລິສັດ ທີ່ມີຊັບສົມບັດຄົງທີ່ຫຼາຍ
  • ໂຄງການ ທີ່ຕ້ອງລາຍງານຊັບສົມບັດ ໃຫ້ຜູ້ໃຫ້ທຶນ

ຂັ້ນຕອນການຕິດຕັ້ງ ແລະ ນຳໃຊ້

1

ສຳຫຼວດ ແລະ ກຳນົດ

ກຳນົດໝວດຊັບສົມບັດ, ພາກສ່ວນ ແລະ ພະແນກ ໃຫ້ກົງກັບໂຄງຮ່າງຂອງອົງການ

2

ຕິດຕັ້ງໂປຣແກຣມ

ຕິດຕັ້ງໃສ່ຄອມພິວເຕີ ແລະ ກຳນົດຜູ້ໃຊ້ ແລະ ສິດການນຳໃຊ້

3

ນຳເຂົ້າຂໍ້ມູນ

ບັນທຶກລາຍການຊັບສົມບັດທີ່ມີຢູ່ ແລະ ພິມລະຫັດບາໂຄດ ຕິດຊັບສົມບັດ

4

ຝຶກອົບຮົມ ແລະ ຕິດຕາມ

ຝຶກການນຳໃຊ້, ການອອກລາຍງານ ແລະ ການປິດບັນຊີປະຈຳປີ

ສິ່ງທີ່ຕ້ອງກະກຽມ

  • ຄອມພິວເຕີ ລະບົບ Windows
  • ເຄື່ອງພິມ ສຳລັບລາຍງານ
  • ເຄື່ອງພິມສະຕິກເກີ ບາໂຄດ (ຖ້າຕ້ອງການຕິດລະຫັດບາໂຄດ)
  • ລາຍການຊັບສົມບັດທີ່ມີຢູ່: ວັນທີຊື້, ມູນຄ່າ ແລະ ຜູ້ຮັບຜິດຊອບ

ຮູບໜ້າຈໍໂປຣແກຣມ

ລະບົບຄຸ້ມຄອງຊັບສິນ ລະບົບຄຸ້ມຄອງຊັບສິນ ລະບົບຄຸ້ມຄອງຊັບສິນ ລະບົບຄຸ້ມຄອງຊັບສິນ

ສົນໃຈຜະລິດຕະພັນນີ້? ຕິດຕໍ່ພວກເຮົາເພື່ອຂໍຄຳປຶກສາ ຫຼື ສາທິດການນຳໃຊ້.

ຕິດຕໍ່ສອບຖາມ