APPAC (Project Accounting System): ໂປຣແກຣມບັນຊີໂຄງການ ສຳລັບໂຄງການພັດທະນາ ທີ່ໄດ້ຮັບທຶນຈາກພາກລັດ ແລະ ຜູ້ໃຫ້ທຶນ: ຄຸ້ມຄອງແຜນງົບປະມານ, ລາຍຈ່າຍ ແລະ ລາຍງານໂຄງການ.

APPAC (ເວີຊັນ 9.0) ແມ່ນໂປຣແກຣມບັນຊີໂຄງການ ທີ່ບໍລິສັດ ເອພີໄອເອັສ ຈຳກັດ ພັດທະນາຂຶ້ນ ເພື່ອຊ່ວຍໃຫ້ຫ້ອງການຄຸ້ມຄອງໂຄງການ ບັນທຶກ ແລະ ຕິດຕາມການນຳໃຊ້ງົບປະມານ ຕາມແຜນ, ຕາມກິດຈະກຳ, ຕາມປະເພດລາຍຈ່າຍ ແລະ ຕາມແຫຼ່ງທຶນ ໄດ້ຢ່າງຖືກຕ້ອງ ແລະ ໂປ່ງໃສ.
ໂປຣແກຣມໃຊ້ງານງ່າຍ, ຮອງຮັບຫຼາຍສະກຸນເງິນ ແລະ ມີໜ້າຈໍ 2 ພາສາ (ລາວ - ອັງກິດ). ບໍລິສັດ ໄດ້ຈັດຝຶກອົບຮົມ ລະບົບບັນຊີໂຄງການ ໃຫ້ແກ່ກະຊວງສາທາລະນະສຸກ.
ສົນໃຈຜະລິດຕະພັນນີ້? ຕິດຕໍ່ພວກເຮົາເພື່ອຂໍຄຳປຶກສາ ຫຼື ສາທິດການນຳໃຊ້.
ຕິດຕໍ່ສອບຖາມ