ໂປຣແກຣມບັນຊີສຳລັບວິສາຫະກິດ ຕາມມາດຕະຖານ ແລະ ລະບຽບການດ້ານບັນຊີ ຂອງກະຊວງການເງິນ ສປປ ລາວ: ບັນທຶກບັນຊີປະຈຳວັນ, ອອກປຶ້ມບັນຊີ ແລະ ເອກະສານລາຍງານການເງິນ ໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງ.

ໂປຣແກຣມບັນຊີວິສາຫະກິດ (AP Account System) ແມ່ນລະບົບບັນຊີທີ່ບໍລິສັດ ເອພີໄອເອັສ ຈຳກັດ ພັດທະນາຂຶ້ນ ເພື່ອຊ່ວຍໃຫ້ວິສາຫະກິດ ຄຸ້ມຄອງວຽກງານບັນຊີ ແລະ ການເງິນໄດ້ຢ່າງເປັນລະບົບ. ຂໍ້ມູນທີ່ບັນທຶກພຽງຄັ້ງດຽວ ຈະຖືກນຳໄປສ້າງປຶ້ມບັນຊີ ແລະ ເອກະສານລາຍງານຕ່າງໆ ໂດຍອັດຕະໂນມັດ, ຊ່ວຍຫຼຸດຜ່ອນຄວາມຜິດພາດ ແລະ ປະຢັດເວລາຂອງພະນັກງານບັນຊີ.
ໂປຣແກຣມໃຊ້ງານງ່າຍ, ມີໜ້າຈໍເປັນພາສາລາວ ແລະ ມີທິມງານຂອງບໍລິສັດ ຄອຍໃຫ້ຄຳແນະນຳ, ຝຶກອົບຮົມ ແລະ ບໍລິການເຕັກນິກ.
ສົນໃຈຜະລິດຕະພັນນີ້? ຕິດຕໍ່ພວກເຮົາເພື່ອຂໍຄຳປຶກສາ ຫຼື ສາທິດການນຳໃຊ້.
ຕິດຕໍ່ສອບຖາມ