ລະບົບໂປຣແກຣມພິມໃບບິນອາກອນມູນຄ່າເພີ່ມ (ອ.ມ.ພ) ແບບທັນສະໄໝ, ໄດ້ຮັບການຢັ້ງຢືນຈາກກົມສ່ວຍສາອາກອນ ແລະ ເຊື່ອມຕໍ່ກັບລະບົບ TaxRIS.

APTAX ແມ່ນລະບົບໂປຣແກຣມພິມໃບບິນອາກອນມູນຄ່າເພີ່ມ ທີ່ບໍລິສັດ ເອພີໄອເອັສ ຈຳກັດ ພັດທະນາຂຶ້ນ ເພື່ອທົດແທນການຂຽນໃບບິນດ້ວຍມື. ວິສາຫະກິດສາມາດອອກໃບບິນ ອ.ມ.ພ ໃຫ້ລູກຄ້າໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງ, ພ້ອມທັງສົ່ງຂໍ້ມູນເຂົ້າລະບົບ TaxRIS ຂອງກົມສ່ວຍສາອາກອນ ຜ່ານ API.
ບໍລິສັດໄດ້ເຊັນສັນຍາກັບກົມສ່ວຍສາອາກອນ ກ່ຽວກັບການຕິດຕັ້ງລະບົບພິມໃບບິນອາກອນມູນຄ່າເພີ່ມ ແຕ່ຕົ້ນປີ 2019, ແລະ ມີທິມງານໃຫ້ບໍລິການ ທັງຢູ່ນະຄອນຫຼວງວຽງຈັນ ແລະ ສາຂາແຂວງ.
ທິມງານຕິດຕັ້ງໃຫ້ຮອດສະຖານທີ່ ຫຼື ຕິດຕັ້ງທາງໄກ ຜ່ານ TeamViewer ຫຼື AnyDesk
ສອນໃຫ້ນຳໃຊ້ຈົນເປັນ, ແກ້ໄຂບັນຫາເບື້ອງຕົ້ນ ແລະ ຊ່ວຍເຫຼືອຫຼັງການຂາຍ
ແນະນຳການກະກຽມເອກະສານ - ໃບທະບຽນວິສາຫະກິດ, ໃບຢັ້ງຢືນມອບພັນທະອາກອນ, ໃບແຈ້ງມອບອາກອນເດືອນລ່າສຸດ, ໃບຢັ້ງຢືນເຂົ້າສູ່ລະບົບ ອ.ມ.ພ
ພິມໃບບິນ ອ.ມ.ພ ໃຫ້ລູກຄ້າໄດ້ທັນທີ ແລະ ເຊື່ອມຕໍ່ອິນເຕີເນັດ ເພື່ອສົ່ງຂໍ້ມູນເຂົ້າລະບົບ TaxRIS
ສົນໃຈຜະລິດຕະພັນນີ້? ຕິດຕໍ່ພວກເຮົາເພື່ອຂໍຄຳປຶກສາ ຫຼື ສາທິດການນຳໃຊ້.
ຕິດຕໍ່ສອບຖາມ