• ອອກແບບເວບໄຊ ພັດທະນາຊອບແວ ແລະ ບໍລິການບັນຊີ
  • +85620 2222 8715, 2345 6258
« ຜະລິດຕະພັນທັງໝົດ

ລະບົບບັນຊີໂຄງການ

APPAC (Project Accounting System): ໂປຣແກຣມບັນຊີໂຄງການ ສຳລັບໂຄງການພັດທະນາ ທີ່ໄດ້ຮັບທຶນຈາກພາກລັດ ແລະ ຜູ້ໃຫ້ທຶນ: ຄຸ້ມຄອງແຜນງົບປະມານ, ລາຍຈ່າຍ ແລະ ລາຍງານໂຄງການ.

ລະບົບບັນຊີໂຄງການ

APPAC (ເວີຊັນ 9.0) ແມ່ນໂປຣແກຣມບັນຊີໂຄງການ ທີ່ບໍລິສັດ ເອພີໄອເອັສ ຈຳກັດ ພັດທະນາຂຶ້ນ ເພື່ອຊ່ວຍໃຫ້ຫ້ອງການຄຸ້ມຄອງໂຄງການ ບັນທຶກ ແລະ ຕິດຕາມການນຳໃຊ້ງົບປະມານ ຕາມແຜນ, ຕາມກິດຈະກຳ, ຕາມປະເພດລາຍຈ່າຍ ແລະ ຕາມແຫຼ່ງທຶນ ໄດ້ຢ່າງຖືກຕ້ອງ ແລະ ໂປ່ງໃສ.

ໂປຣແກຣມໃຊ້ງານງ່າຍ, ຮອງຮັບຫຼາຍສະກຸນເງິນ ແລະ ມີໜ້າຈໍ 2 ພາສາ (ລາວ - ອັງກິດ). ບໍລິສັດ ໄດ້ຈັດຝຶກອົບຮົມ ລະບົບບັນຊີໂຄງການ ໃຫ້ແກ່ກະຊວງສາທາລະນະສຸກ.

ໜ້າທີ່ຫຼັກ

  • ລະບົບຄວບຄຸມ: ຂໍ້ມູນສຳນັກງານ, ຜູ້ໃຊ້, ອັດຕາແລກປ່ຽນ, ສຳຮອງຂໍ້ມູນ ແລະ ລັອກ / ປົດລັອກຂໍ້ມູນ
  • ຂໍ້ມູນພື້ນຖານ: ຜັງບັນຊີ, ປະເພດລາຍຈ່າຍ ແລະ ລາຍຈ່າຍຍ່ອຍ, ບັນຊີທະນາຄານ
  • ແຜນງົບປະມານ ແຍກຕາມກິດຈະກຳ, ປະເພດລາຍຈ່າຍ ແລະ ແຫຼ່ງທຶນ
  • ບັນທຶກຍອດຍົກມາປະຈຳເດືອນ
  • ບັນທຶກລາຍການຈ່າຍເງິນ, ຮັບເງິນ ແລະ ສັ່ງຈ່າຍເງິນທະນາຄານ, ພິມໃບບິນ ແລະ ໃບສັ່ງຈ່າຍ
  • ຮອງຮັບຫຼາຍສະກຸນເງິນ ພ້ອມອັດຕາແລກປ່ຽນ
  • ລາຍງານໂຄງການ: ລາຍຈ່າຍແຍກຕາມກິດຈະກຳ ແລະ ປະເພດລາຍຈ່າຍ
  • ລາຍງານບັນຊີ: ປຶ້ມບັນຊີປະຈຳວັນ, ປຶ້ມບັນຊີໃຫຍ່ແຍກປະເພດ ແລະ ໃບດຸ່ນດ່ຽງບັນຊີ
  • ໜ້າຈໍ 2 ພາສາ: ລາວ ແລະ ອັງກິດ

ເໝາະສຳລັບ

  • ຫ້ອງການຄຸ້ມຄອງ ແລະ ປະສານງານໂຄງການ
  • ໂຄງການພັດທະນາ ທີ່ໄດ້ຮັບທຶນຊ່ວຍເຫຼືອ ຫຼື ເງິນກູ້ ຈາກອົງການສາກົນ
  • ກະຊວງ ແລະ ພະແນກ ທີ່ຄຸ້ມຄອງໂຄງການ

ສິ່ງທີ່ຕ້ອງກະກຽມ

  • ແຜນງົບປະມານ ແລະ ລາຍການກິດຈະກຳ ຂອງໂຄງການ
  • ຜັງບັນຊີ ແລະ ປະເພດລາຍຈ່າຍ ຕາມລະບຽບຂອງໂຄງການ
  • ຄອມພິວເຕີ ລະບົບ Windows ແລະ ເຄື່ອງພິມ

ຮູບໜ້າຈໍໂປຣແກຣມ

ລະບົບບັນຊີໂຄງການ ລະບົບບັນຊີໂຄງການ

ສົນໃຈຜະລິດຕະພັນນີ້? ຕິດຕໍ່ພວກເຮົາເພື່ອຂໍຄຳປຶກສາ ຫຼື ສາທິດການນຳໃຊ້.

ຕິດຕໍ່ສອບຖາມ