AP Assets Management: ລະບົບຄຸ້ມຄອງຊັບສົມບັດຄົງທີ່ ແຕ່ການບັນທຶກ, ຈັດໝວດ, ຕິດລະຫັດບາໂຄດ, ຫັກຄ່າຫຼຸ້ຍຫ້ຽນ ຈົນເຖິງການສະສາງ ແລະ ລາຍງານປະຈຳປີ.

AP Assets Management (ຄຸ້ມຄອງຊັບສົມບັດຄົງທີ່) ແມ່ນໂປຣແກຣມ ທີ່ບໍລິສັດ ເອພີໄອເອັສ ຈຳກັດ ພັດທະນາຂຶ້ນ ເພື່ອຊ່ວຍໃຫ້ອົງການຈັດຕັ້ງ ແລະ ວິສາຫະກິດ ຄຸ້ມຄອງຊັບສົມບັດຄົງທີ່ ໄດ້ຢ່າງເປັນລະບົບ: ຮູ້ວ່າມີຊັບສົມບັດຫຍັງແດ່, ຢູ່ພາກສ່ວນ ຫຼື ພະແນກໃດ, ມູນຄ່າເທົ່າໃດ ແລະ ຫັກຄ່າຫຼຸ້ຍຫ້ຽນໄປແລ້ວເທົ່າໃດ.
ຊັບສົມບັດແຕ່ລະລາຍການ ສາມາດພິມລະຫັດບາໂຄດ ຕິດໄວ້ ເພື່ອສະດວກໃນການກວດກາ ແລະ ນັບຊັບສົມບັດ. ລະບົບຄິດໄລ່ຄ່າຫຼຸ້ຍຫ້ຽນ ແລະ ອອກລາຍງານ ແບບສັງລວມ ແລະ ແບບລະອຽດ, ປິດບັນຊີ ແລະ ຍົກຍອດປະຈຳປີ. ໜ້າຈໍໂປຣແກຣມ ປ່ຽນໄດ້ ທັງພາສາລາວ ແລະ ພາສາອັງກິດ.
ກຳນົດໝວດຊັບສົມບັດ, ພາກສ່ວນ ແລະ ພະແນກ ໃຫ້ກົງກັບໂຄງຮ່າງຂອງອົງການ
ຕິດຕັ້ງໃສ່ຄອມພິວເຕີ ແລະ ກຳນົດຜູ້ໃຊ້ ແລະ ສິດການນຳໃຊ້
ບັນທຶກລາຍການຊັບສົມບັດທີ່ມີຢູ່ ແລະ ພິມລະຫັດບາໂຄດ ຕິດຊັບສົມບັດ
ຝຶກການນຳໃຊ້, ການອອກລາຍງານ ແລະ ການປິດບັນຊີປະຈຳປີ
ສົນໃຈຜະລິດຕະພັນນີ້? ຕິດຕໍ່ພວກເຮົາເພື່ອຂໍຄຳປຶກສາ ຫຼື ສາທິດການນຳໃຊ້.
ຕິດຕໍ່ສອບຖາມ