• ອອກແບບເວບໄຊ ພັດທະນາຊອບແວ ແລະ ບໍລິການບັນຊີ
  • +85620 2222 8715, 2345 6258
« ຜະລິດຕະພັນທັງໝົດ

ຄຸ້ມຄອງ ແລະ ຈັດຫາງານ

APLABOR: ລະບົບຄຸ້ມຄອງ ແລະ ຕິດຕາມ ການເດີນທາງອອກ - ເຂົ້າ ປະເທດ ຂອງແຮງງານ ທີ່ໄປເຮັດວຽກຢູ່ຕ່າງປະເທດ: ເກົາຫຼີ, ໄທ, ຍີ່ປຸ່ນ, ຈີນ ແລະ ເຢຍລະມັນ.

ຄຸ້ມຄອງ ແລະ ຈັດຫາງານ

APLABOR (Labor Management System) ແມ່ນລະບົບເວັບ ທີ່ບໍລິສັດ ເອພີໄອເອັສ ຈຳກັດ ພັດທະນາຂຶ້ນ ສຳລັບບໍລິສັດຈັດຫາງານ ແລະ ໜ່ວຍງານ ທີ່ຄຸ້ມຄອງແຮງງານໄປເຮັດວຽກຢູ່ຕ່າງປະເທດ. ລະບົບຊ່ວຍຄຸ້ມຄອງຂໍ້ມູນແຮງງານ ແຕ່ການຮັບສະໝັກ, ການກະກຽມເອກະສານ, ວີຊາ, ການເດີນທາງອອກ - ເຂົ້າ ປະເທດ ຈົນເຖິງການຕິດຕາມແຮງງານ ໃນໄລຍະເຮັດວຽກຢູ່ຕ່າງປະເທດ.

ຂໍ້ມູນແຍກຕາມແຕ່ລະປະເທດປາຍທາງ, ມີ Dashboard ສະແດງຈຳນວນແຮງງານ ແຍກຕາມປະເທດ, ເພດ ແລະ ເດືອນ ເພື່ອໃຫ້ຜູ້ບໍລິຫານເຫັນພາບລວມ ໄດ້ທັນທີ.

ໜ້າທີ່ຫຼັກ

  • ຄຸ້ມຄອງແຮງງານ ແຍກຕາມປະເທດປາຍທາງ: ເກົາຫຼີ, ໄທ, ຍີ່ປຸ່ນ, ຈີນ ແລະ ເຢຍລະມັນ
  • ເກົາຫຼີ: ບັນທຶກຂໍ້ມູນ, ພະແນກແຮງງານ, ພະແນກເງິນກູ້, ພະແນກບັນຊີ - ການເງິນ, ນາຍຈ້າງ ແລະ ໂກຕ້າ
  • ໄທ: ລາຍຊື່ແຮງງານ, ວີຊາ, ການຜ່ານດ່ານຊາຍແດນ, ຕົວແທນ (Agency), ໃບແຈ້ງໜີ້ ແລະ ໃບຮັບເງິນ
  • ຕິດຕາມແຮງງານ ໃນໄລຍະເຮັດວຽກຢູ່ຕ່າງປະເທດ (Labor Follow Up)
  • ອັບໂຫຼດເອກະສານ ແລະ ໄຟລ໌ຂໍ້ມູນ
  • ລາຍງານ MIS ແລະ Dashboard: ຈຳນວນແຮງງານ ແຍກຕາມປະເທດ, ເພດ ແລະ ເດືອນ
  • ຂໍ້ມູນພື້ນຖານ: ແຂວງ, ເມືອງ, ບ້ານ ຂອງລາວ ແລະ ເຂດປາຍທາງ
  • ຄຸ້ມຄອງຜູ້ນຳໃຊ້ ແລະ ສິດການເຂົ້າເຖິງ, ນຳໃຊ້ຜ່ານເວັບ

ເໝາະສຳລັບ

  • ບໍລິສັດຈັດຫາງານ ທີ່ສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ
  • ໜ່ວຍງານ ທີ່ຄຸ້ມຄອງ ແລະ ຕິດຕາມແຮງງານໄປເຮັດວຽກຢູ່ຕ່າງປະເທດ

ສິ່ງທີ່ຕ້ອງກະກຽມ

  • ຄອມພິວເຕີ ທີ່ມີໂປຣແກຣມທ່ອງເວັບ (Chrome, Edge)
  • ການເຊື່ອມຕໍ່ອິນເຕີເນັດ
  • ລາຍຊື່ແຮງງານ ແລະ ຂໍ້ມູນນາຍຈ້າງ ທີ່ມີຢູ່ (ສາມາດອັບໂຫຼດເຂົ້າລະບົບໄດ້)

ຮູບໜ້າຈໍໂປຣແກຣມ

ຄຸ້ມຄອງ ແລະ ຈັດຫາງານ ຄຸ້ມຄອງ ແລະ ຈັດຫາງານ

ສົນໃຈຜະລິດຕະພັນນີ້? ຕິດຕໍ່ພວກເຮົາເພື່ອຂໍຄຳປຶກສາ ຫຼື ສາທິດການນຳໃຊ້.

ຕິດຕໍ່ສອບຖາມ