• ອອກແບບເວບໄຊ ພັດທະນາຊອບແວ ແລະ ບໍລິການບັນຊີ
  • +85620 2222 8715, 2345 6258
« ຜະລິດຕະພັນທັງໝົດ

ຄຸ້ມຄອງສະຖາບັນການເງິນ

ລະບົບຄຸ້ມຄອງສະຖາບັນການເງິນທີ່ບໍ່ຮັບເງິນຝາກ: ຄຸ້ມຄອງເງິນກູ້, ແຜນເກັບເງິນຄ່າງວດ, ເງິນຝາກຂອງລູກຄ້າ, ການເງິນ ແລະ ບັນຊີ ໃນລະບົບດຽວ.

ຄຸ້ມຄອງສະຖາບັນການເງິນ

ລະບົບຄຸ້ມຄອງສະຖາບັນການເງິນທີ່ບໍ່ຮັບເງິນຝາກ ຖືກອອກແບບມາ ເພື່ອຄຸ້ມຄອງວຽກງານສິນເຊື່ອ ແຕ່ການຮັບຄຳຮ້ອງຂໍກູ້ຢືມເງິນ, ເຮັດສັນຍາ, ເປີດບັນຊີເງິນກູ້, ຈ່າຍເງິນປ່ອຍກູ້, ຮັບຊຳລະຄ່າງວດ ຈົນເຖິງການປິດບັນຊີເງິນກູ້. ທຸກລາຍການ ເຊື່ອມໂຍງເຂົ້າກັບລະບົບການເງິນ ແລະ ບັນຊີ ໂດຍອັດຕະໂນມັດ.

ລະບົບໃຊ້ສະກຸນເງິນກີບ, ຄິດໄລ່ດອກເບ້ຍເງິນກູ້ ແບບຄົງທີ່ ແລະ ບໍ່ຄົງທີ່, ມີການເກັບເພີ່ມດອກເບ້ຍຊັກຊ້າ (ຄ່າປັບໃໝ) ແລະ ເງິນຝາກຂອງລູກຄ້າ ບໍ່ມີດອກເບ້ຍ.

ໜ້າທີ່ຫຼັກ

  • ຂໍ້ມູນລູກຄ້າ, ໃບຄຳຮ້ອງຂໍກູ້ຢືມເງິນ ແລະ ສັນຍາກູ້ຢືມເງິນ (ພິມຟອມເປົ່າ ຫຼື ຟອມມີຂໍ້ມູນ)
  • ເປີດບັນຊີເງິນກູ້, ຈ່າຍເງິນປ່ອຍກູ້ ແລະ ໂອນເຂົ້າບັນຊີເງິນຝາກຂອງລູກຄ້າ
  • ສ້າງແຜນເກັບເງິນຄ່າງວດ ແລະ ຮັບຊຳລະ ຕາມແຜນ ຫຼື ຕາມລູກຄ້າເຂົ້າມາຈ່າຍເອງ
  • ຕິດຕາມໜີ້ປະຈຳວັນ, ລາຍງານການຫັກເງິນແຮ ແລະ ການຈັດຊັ້ນເງິນກູ້
  • ບັນຊີເງິນຝາກຂອງລູກຄ້າ: ເປີດບັນຊີ, ມອບເງິນ ແລະ ຖອນເງິນ
  • ການເງິນ: ລາຍຮັບ - ລາຍຈ່າຍ, ຝາກ - ຖອນເງິນທະນາຄານ ແລະ ລາຍງານຄັງເງິນສົດ
  • ບັນຊີ: ປຶ້ມບັນຊີປະຈຳວັນ, ບັນຊີໃຫຍ່ແຍກປະເພດ, ໃບດຸ່ນດ່ຽງ ແລະ ປິດບັນຊີປະຈຳປີ
  • ລາຍງານ: ໃບສະຫຼຸບຊັບສົມບັດ, ໃບລາຍງານຜົນໄດ້ຮັບ, ເງິນກູ້ແບ່ງຕາມປະເພດທຸລະກິດ
  • ຄຸ້ມຄອງຜູ້ໃຊ້, ສຳຮອງຂໍ້ມູນ ແລະ ລັອກ / ປົດລັອກລາຍການຂໍ້ມູນ

ເໝາະສຳລັບ

  • ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ
  • ອົງກອນ ຫຼື ໂຄງການ ທີ່ໃຫ້ບໍລິການສິນເຊື່ອ ແລະ ກອງທຶນໝູນວຽນ

ສິ່ງທີ່ຕ້ອງກະກຽມ

  • ຕາຕະລາງແຜນເກັບເງິນ ທີ່ນຳໃຊ້ຢູ່
  • ອັດຕາດອກເບ້ຍ ແລະ ອັດຕາດອກເບ້ຍຊັກຊ້າ
  • ນະໂຍບາຍກ່ຽວກັບໜີ້ຊັກຊ້າ (ໜີ້ທວງຍາກ)
  • ຄອມພິວເຕີ ແລະ ເຄື່ອງພິມ

ຮູບໜ້າຈໍໂປຣແກຣມ

ຄຸ້ມຄອງສະຖາບັນການເງິນ ຄຸ້ມຄອງສະຖາບັນການເງິນ ຄຸ້ມຄອງສະຖາບັນການເງິນ

ສົນໃຈຜະລິດຕະພັນນີ້? ຕິດຕໍ່ພວກເຮົາເພື່ອຂໍຄຳປຶກສາ ຫຼື ສາທິດການນຳໃຊ້.

ຕິດຕໍ່ສອບຖາມ